Related items
Showing items related by metadata.
-
Brochure, flyer, fact-sheetສວນຜັກແຫ່ງຄວາມຫວັງ ແລະ ຄວາມຈະເລີນກ້າວໜ້າ 2024
Also available in:
ການຮັບປະກັນອານາຄົດທີ່ດີຂຶ້ນຂອງລູກຂອງ ທ່ານ ຫຼ້າ ໄຊຍະວຽງ ເປັນແຮງບັນດານໃຈໃຫ້ທ່ານໃນການເຮັດວຽກໜັກ ແລະ ສືບຕໍ່ຊອກຫາຊ່ອງທາງສ້າງລາຍຮັບທີ່ໝັ້ນຄົງຈາກຕອນດິນຂອງທ່ານເອງ. ທ່ານ ຫຼ້າ ໄຊຍະວຽງ ເຊິ່ງມີອາຍຸ 46 ປີ ແລະ ມີລູກສາມຄົນ ມີຄວາມປາຖະໜາອັນໃຫຍ່ຫຼວງທີ່ຈະໃຫ້ລູກຂອງຕົນໄດ້ຮັບຄວາມຮູ້ ແລະ ປະສົບການຢູ່ຕ່າງປະເທດ ເພື່ອນຳກັບຄືນມາພັດທະນາຕອນດິນປູກຝັງຂອງຄອບຄົວ. ນີ້ແມ່ນເລື່ອງລາວການປ່ຽນແປງຊີວິດທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ Climate REAL. -
Book (stand-alone)ການນຳໃຊ້ຮູບແບບການລົງທຶນໃນການນຳໃຊ້ທີ່ດິນຢ່າງມີຄວາມຮັບຜິດຊອບໃນຂະແໜງການປ່າໄມ້ 2024
Also available in:
ເຄື່ອງມືລະດັບທົ່ວໂລກເຊັ່ນ ບົດແນະນໍາຕາມຄວາມສະໝັກໃຈກ່ຽວກັບການບໍລິຫານ ສິດຄອບຄອງນຳໃຊ້ຢ່າງມີຄວາມຮັບຜິດຊອບໃນເລື່ອງທີ່ດິນ, ການປະມົງ ແລະ ປ່າໄມ້ ໃນເງື່ອນໄຂຂອງຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ (VGGT) ແລະ ຫຼັກການໃນການລົງທຶນທີ່ມີຄວາມຮັບຜິດຊອບໃນ ຂະແໜງກະສິກໍາ ແລະ ລະບົບອາຫານ (CFS-RAI) ໄດ້ຮັບການຮັບຮອງໂດຍຄະນະກໍາມະການ. ຫຼັກການຂອງຄະນະກໍາມະການເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານໂລກ (CFS) ໃຫ້ຄໍາແນະນໍາທີ່ສໍາຄັນກ່ຽວກັບການລົງທຶນທີ່ມີຄວາມຮັບຜິດຊອບໃນເລື່ອງທີ່ດິນ ແລະ ປ່າໄມ້ ເພື່ອແກ້ໄຂສິ່ງທ້າທາຍໃນທົ່ວໂລກກ່ຽວກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ, ຄວາມທຸກຍາກ, ແລະ ຄວາມບໍ່ສະເໝີພາບ ໃນຂະນະດຽວກັນການສະໜັບສະໜູນການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ. ການນຳໃຊ້ເຄື່ອງມືລະດັບທົ່ວໂລກ ເຂົ້າໃນການປະເມີນທີ່ເປັນຮູບປະທຳ. ສາມາດຊ່ວຍກຳນົດຮູບແບບການຈັດຕັ້ງປະຕິບັດທີ່ດີຂຶ້ນ. ເອກະສານສະບັບນີ້ໄດ້ສະເໜີ ການທວນຄືນແບບແຜນການລົງທຶນທີ່ແທດເໝາະກັບການຈັດຕັ້ງປະຕິບັດ ແລະ ໄດ້ຄັດເລືອກສະເພາະດ້ານປ່າໄມ້ ທີ່ປະເມີນ ກັບຫຼັກການ VGGT ແລະ CFS-RAI. ບົດໂດຍຫຍໍ້ແມ່ນໄດ້ຖືກພັດທະນາຂຶ້ນເພື່ອຕິດຕາມການສົນທະນາລະດັບຊາດທີ່ຈັດຂຶ້ນຢູ່ Sierra Leone ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ອາດຈະເອົາໄປໝູນໃຊ້ກັບປະເທດອື່ນໆໄດ້. -
Brochure, flyer, fact-sheetແຜນທີ່ເຂດພື້ນທີ່ການດໍາລົງຊີວິດ ແລະ ຄວາມສາມາດໃນການປັບຕົວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ພາກສ່ວນໜຶ່ງຂອງລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS)
2021Also available in:
ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ຈັດຂຶ້ນໂດຍການຮ່ວມມືກັບສູນສາກົນເພື່ອການກະເສດເຂດຮ້ອນ (CIAT) ໂຄງການ De Risk (ນຳໃຊ້ການຄາດຄະເນດິນຟ້າອາກາດຕາມລະດູການ ແລະ ວິທີການແກ້ໄຂປະກັນໄພແບບນະວັດຕະກຳໃຫມ່ ໃນການຄຸ້ມຄອງຄວາມສ່ຽງດ້ານສະພາບອາກາດໃນຂະແໜງກະສິກຳ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຜະລິດຊຸດຂໍ້ມູນການດຳລົງຊີວິດແຫ່ງຊາດ ແລະຄວາມສາມາດໃນການປັບຕົວຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍໃຊ້ວິທີການໃໝ່ໆ ໃນການລວມເອົາການສ້າງແຜນທີ່ແບບມີສ່ວນຮ່ວມ, ແລະ ການຮັກສາຂໍ້ມູນທີ່ມີຄວາມກ້າວຫນ້າ/ທັນສະໄຫມ ແລະ ແມ່ນທັງສອງ, ດ້ານມາດຕະຖານເຕັກນິກ ແລະ ນະວັດຕະກຳດ້ານວິທະຍາສາດ, ທັນສະໄຫມ. ດ້ວຍການຮ່ວມມືຂອງທີມງານຂັ້ນເມືອງ ແລະ ແຂວງຫລາຍກວ່າ 300 ຄົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດທຳອິດໃນຂັ້ນເສດຖະກິດທີ່ຜະລິດແຜນທີ່ປະເພດນີ້. ທີມງານແຫ່ງຊາດໃນປັດຈຸບັນສາມາດຈັດການການຜະລິດ ແລະ ການພັດທະນາຕໍ່ໄປຂອງຜົນຜະລິດທີ່ມີຄຸນນະພາບສູງຢ່າງອິດສະຫຼະ.
Users also downloaded
Showing related downloaded files
No results found.