Thumbnail Image

ການແບ່ງເຂດນິເວດກະສິກໍາ

ເພື່ອປະເມີນທາງເລືອກໃຫ້ແກ່ລະບົບການປູກຝັງໃນອະນາຄົດ ສ່ວນໜຶ່ງຂອງລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນດິນ (LRIMS)










Also available in:

Related items

Showing items related by metadata.

  • Thumbnail Image
    Brochure, flyer, fact-sheet
    ແຜນທີ່ເຂດພື້ນທີ່ການດໍາລົງຊີວິດ ແລະ ຄວາມສາມາດໃນການປັບຕົວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ພາກສ່ວນໜຶ່ງຂອງລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS)
    2021
    Also available in:

    ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ຈັດຂຶ້ນໂດຍການຮ່ວມມືກັບສູນສາກົນເພື່ອການກະເສດເຂດຮ້ອນ (CIAT) ໂຄງການ De Risk (ນຳໃຊ້ການຄາດຄະເນດິນຟ້າອາກາດຕາມລະດູການ ແລະ ວິທີການແກ້ໄຂປະກັນໄພແບບນະວັດຕະກຳໃຫມ່ ໃນການຄຸ້ມຄອງຄວາມສ່ຽງດ້ານສະພາບອາກາດໃນຂະແໜງກະສິກຳ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຜະລິດຊຸດຂໍ້ມູນການດຳລົງຊີວິດແຫ່ງຊາດ ແລະຄວາມສາມາດໃນການປັບຕົວຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍໃຊ້ວິທີການໃໝ່ໆ ໃນການລວມເອົາການສ້າງແຜນທີ່ແບບມີສ່ວນຮ່ວມ, ແລະ ການຮັກສາຂໍ້ມູນທີ່ມີຄວາມກ້າວຫນ້າ/ທັນສະໄຫມ ແລະ ແມ່ນທັງສອງ, ດ້ານມາດຕະຖານເຕັກນິກ ແລະ ນະວັດຕະກຳດ້ານວິທະຍາສາດ, ທັນສະໄຫມ. ດ້ວຍການຮ່ວມມືຂອງທີມງານຂັ້ນເມືອງ ແລະ ແຂວງຫລາຍກວ່າ 300 ຄົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດທຳອິດໃນຂັ້ນເສດຖະກິດທີ່ຜະລິດແຜນທີ່ປະເພດນີ້. ທີມງານແຫ່ງຊາດໃນປັດຈຸບັນສາມາດຈັດການການຜະລິດ ແລະ ການພັດທະນາຕໍ່ໄປຂອງຜົນຜະລິດທີ່ມີຄຸນນະພາບສູງຢ່າງອິດສະຫຼະ.
  • Thumbnail Image
    Brochure, flyer, fact-sheet
    ການສ້າງແຜນທີ່ດິນຂອງ ສາທະລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ສ່ວນໜຶ່ງຂອງລະບົບຄຸ້ມຄອງຂໍ້ມູນຂ່າວສານ ຊັບພະຍາກອນດິນ (LRIMS)
    2021
    Also available in:

    ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ”. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ໄດ້ຮັບການສະໜັບສະໜູນທາງດ້ານການເງິນຈາກອົງການ FAO ປະເທດລາວ ແລະ ໃຫ້ທຶນດ້ານການເງິນໂດຍ GEF ໄດ້ຜະລິດແຜນທີ່ດິນແຫ່ງຊາດໃນປະເທດ. ການກຳນົດແຜນທີ່ຂອງດິນ ແມ່ນຂັ້ນຕອນການແຍກໂຄງຮ່າງທາງທໍາມະຊາດຂອງດິນ, ການຈັດປະເພດ ແລະ ການຈັດກຸ່ມດິນທີ່ຖືກກຳ ນົດອອກເປັນຫົວໜ່ວຍແຜນທີ່, ແລະ ເກັບກຳຂໍ້ມູນກ່ຽວກັບຊັບສິນຂອງດິນ ສຳລັບການຕີຄວາມໝາຍ ແລະ ອະທິບາຍການແຈກຢາຍພື້ນທີ່ດິນໃນແຜນທີ່ ແລະ ບັນຈຸຖານຂໍ້ມູນກ່ຽວກັບຄຸນສົມບັດຂອງດິນ (ຄ່າ pH ຂອງດິນ, ໂຄງສ້າງ, ອິນຊີວັດຖຸ, ຄວາມເລິກຂອງຂອບເຂດ, ແລະ ອື່ນໆ). ປົກກະຕິແລ້ວມັນແມ່ນຫມາກຜົນສຸດທ້າຍຂອງການສຳຫຼວດດິນ. ແຜນທີ່ຈະຖືກນຳໃຊ້ໂດຍ ຄພດກ ເພື່ອຄິດໄລ່ຄວາມເໝາະສົມ ແລະ ຜົນຜະລິດຂອງພືດໃນມື້ນີ້ ແລະ ໃນອະນາຄົດ. ແຜນທີ່ຈະປ້ອນເຂົ້າໄປໃນລະບົບການຄຸ້ມຄອງຂໍ້ມູນຂ່າວສານທີ່ດິນ (LRIMS), ເຊິ່ງເປັນເຄື່ອງມືທີ່ສະໜັບສະໜູນ ສຳລັບການວາງແຜນນະໂຍບາຍເສດຖະກິດ - ສັງຄົມ ແລະ ກະສິກຳ ທີ່ໃຫ້ຮູບແບບຈໍາລອງການປູກພືດໃນອະດີດ ແລະ ອະນາຄົດ.
  • Thumbnail Image
    Book (stand-alone)
    ປື້ມແຜນທີ່ພູມອາກາດ ແລະ ອຸຕຸກະເສດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ 2022
    Also available in:

    ປຶ້ມແຜນທີ່ສະບັບນີ້ ແມ່ນການສຶກສາສະພາບອາກາດ ແລະ ສະພາບອາກາດທາງກະສິກໍາ ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄລຍະ 1990-2019 ໂດຍອີງໃສ່ຂໍ້ມູນການສັງເກດການໃນໄລຍະຍາວທີ່ມີຄວາມລະອຽດສູງ. ມັນໄດ້ຖືເປັນຜົນຜະລິດສ່ວນໜຶ່ງຂອງໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ເພື່ອແນໃສ່ສະໜັບສະໜູນການບັນລຸເປົ້າໝາຍບູລິມະສິດຂອງລັດຖະບານລາວ, ທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 9 (2021-2025). ກົມອຸຕຸນິຍົມ ແລະ ອຸທົກກະສາດ (ກອຕທ) ເປັນອັງການຫຼັກທີ່ຮັບຜິດຊອບຖານຂໍ້ມູນສະພາບອາກາດແຫ່ງຊາດ ແລະ ຜະລິດສະຖິຕິສະພາບອາກາດ. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ຍັງໄດ້ສະໜອງຄວາມຊຳນານໃນການນຳໃຊ້ເຕັກໂນໂລຊີທີ່ມີຄວາມລະອຽດຂັ້ນສູງ. ປຶ້ມແຜນທີ່ສະບັບນີ້ນໍາສະເຫນີຜົນໄດ້ຮັບຂອງວຽກງານທີ່ດໍາເນີນໂດຍອົງການຈັດຕັ້ງເຫຼົ່ານີ້. ຂໍ້ມູນດັ່ງກ່າວອະທິບາຍລະອຽດກ່ຽວກັບສະພາບອາກາດຂອງປະເທດ ແລະ ວີທີການທີ່ອາກາດມີການປ່ຽນແປງໃນໄລຍະ 30 ປີຜ່ານມາ.

Users also downloaded

Showing related downloaded files

No results found.