Thumbnail Image

ການເກັບຂໍ້ມູນໄກ້ເວລາຈິງການລະບາດຂອງພະຍາດ ແລະ ແມງໄມ້

ພາກສ່ວນຂອງການບໍລິການຂໍ້ມູນພູມອາກາດສຳລັບກະສິກຳໃນລາວ, LaCSA









Also available in:

Related items

Showing items related by metadata.

  • Thumbnail Image
    Brochure, flyer, fact-sheet
    ແຜນທີ່ເຂດພື້ນທີ່ການດໍາລົງຊີວິດ ແລະ ຄວາມສາມາດໃນການປັບຕົວຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
    ພາກສ່ວນໜຶ່ງຂອງລະບົບການຄຸ້ມຄອງຂໍ້ມູນຂ່າວສານຊັບພະຍາກອນທີ່ດິນ (LRIMS)
    2021
    Also available in:

    ເອກະສານສະບັບດັ່ງກ່າວເປັນການນໍາສະເຫນີກິດຈະກຳຂອງອົງປະກອບທີສອງຂອງໂຄງການ “ ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ຈັດຂຶ້ນໂດຍການຮ່ວມມືກັບສູນສາກົນເພື່ອການກະເສດເຂດຮ້ອນ (CIAT) ໂຄງການ De Risk (ນຳໃຊ້ການຄາດຄະເນດິນຟ້າອາກາດຕາມລະດູການ ແລະ ວິທີການແກ້ໄຂປະກັນໄພແບບນະວັດຕະກຳໃຫມ່ ໃນການຄຸ້ມຄອງຄວາມສ່ຽງດ້ານສະພາບອາກາດໃນຂະແໜງກະສິກຳ ຢູ່ຂົງເຂດອາຊີຕາເວັນອອກສ່ຽງໃຕ້. ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ (ຄພດກ) ພາຍໃຕ້ກະຊວງກະສິກຳ (ກປມ) ແລະ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ໄດ້ຜະລິດຊຸດຂໍ້ມູນການດຳລົງຊີວິດແຫ່ງຊາດ ແລະຄວາມສາມາດໃນການປັບຕົວຄັ້ງທຳອິດໃນປະເທດ. ມັນໄດ້ຖືກສ້າງຂື້ນໂດຍໃຊ້ວິທີການໃໝ່ໆ ໃນການລວມເອົາການສ້າງແຜນທີ່ແບບມີສ່ວນຮ່ວມ, ແລະ ການຮັກສາຂໍ້ມູນທີ່ມີຄວາມກ້າວຫນ້າ/ທັນສະໄຫມ ແລະ ແມ່ນທັງສອງ, ດ້ານມາດຕະຖານເຕັກນິກ ແລະ ນະວັດຕະກຳດ້ານວິທະຍາສາດ, ທັນສະໄຫມ. ດ້ວຍການຮ່ວມມືຂອງທີມງານຂັ້ນເມືອງ ແລະ ແຂວງຫລາຍກວ່າ 300 ຄົນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນປະເທດທຳອິດໃນຂັ້ນເສດຖະກິດທີ່ຜະລິດແຜນທີ່ປະເພດນີ້. ທີມງານແຫ່ງຊາດໃນປັດຈຸບັນສາມາດຈັດການການຜະລິດ ແລະ ການພັດທະນາຕໍ່ໄປຂອງຜົນຜະລິດທີ່ມີຄຸນນະພາບສູງຢ່າງອິດສະຫຼະ.
  • Thumbnail Image
    Brochure, flyer, fact-sheet
    ການບໍລິການຂໍໍ້ມູນອຸຕຸກະເສດໃນປະເທດລາວ (LaCSA) 2021
    Also available in:

    ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (SAMIS) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ມີຈຸດປະສົງໃນການອອກອາກາດຂໍ້ມູນຂ່າວສານ ແລະ ການເຕືອນໄພອາກາດລ່ວງໜ້າໃຫ້ແກ່ປະຊາຊົນຢ່າງກວ້າງຂວາງຜ່ານທາງເວັບໄຊທ໌. ການປ່ຽນແປງດິນຟ້າອາກາດເຮັດໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຂະແໜງກະສິກຳ ໃນທົ່ວປະເທດເຊິ່ງເກີດຈາກໄພນ້ຳຖ້ວມກະທັນຫັນ, ໄພແຫ້ງແລ້ງ, ພະຍາດພືດ ແລະ ໄພພິບັດທາງທຳມະຊາດ. ເພື່ອຕອບໂຕ້ກັບຄວາມສ່ຽງຂອງໄພພິບັດ, ການພະຍາກອນອາກາດປະຈຳວັນ, ອາທິດ ແລະ ປະຈຳເດືອນ ແລະ ການເຕືອນໄພອາກາດລ່ວງໜ້າ ແມ່ນມີຄວາມຈຳເປັນ ເພື່ອແຈ້ງໃຫ້ຊາວກະສິກອນຮູ້ທັນເວລາ. ການອອກອາກາດກ່ຽວກັບຄວາມສ່ຽງຂອງການພະຍາກອນອາກາດຈະເປັນປະໂຫຍດໂດຍກົງຕໍ່ຊາວກະສິກອນເຊິ່ງຜົນກະທົບຕໍ່ຜົນລະປູກຂອງຊາວກະສິກອນ ແລະ ຊ່ວຍໃຫ້ຊາວກະສິກອນສາມາດເຂົ້າເຖິງການພະຍາກອນອາກາດໄດ້ຢ່າງກວ້າງຂວາງຜ່ານທາງເວບໄຊທ໌.
  • Thumbnail Image
    Brochure, flyer, fact-sheet
    ການຄົ້ນຫາອະນາຄົດຂອງສາລີ
    ເສັ້ນທາງກ້າວສູ່ການຜະລິດສາລີທີ່ທົນທານຕໍ່ກັບສະພາບອາກາດ ສຳລັບ ສປປ ລາວ
    2023
    Also available in:

    ປຶ້ມຄູ່ມືດັ່ງກ່າວໄດ້ນຳສະເໜີຜົນການຈັດຕັ້ງປະຕິບັດກິດຈະກໍາພາຍໃຕ້ໂຄງການ “ສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບຂໍ້ມູນຂ່າວສານ ແລະ ການຕິດຕາມສະພາບອຸຕຸກະເສດ (ຊາມິສ) ເພື່ອຊ່ວຍໃນການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ ແລະ ການຄໍ້າປະກັນສະບຽງອາຫານຢູ່ ສປປ ລາວ” ແລະ “ຜະລິດຕະພັນກະສິກຳແບບຍືນຍົງໃນຮູບແບບກະສິກຳສະຫຼາດດ້ານສະພາບພູມອາກາດ ແລະ ນິເວດກະສິກຳ”. ໃນແຜ່ນພັບ, ແຜນທີ່ເລື່ອງລາວຂອງລະບົບການຜະລິດສາລີແມ່ນໄດ້ຖືກວິເຄາະໂດຍໃຊ້ແຜນທີ່ຄວາມເຫມາະສົມພືດໃນອະນາຄົດຂອງການກຳນົດຂອບເຂດນິເວດກະສິກຳ ແລະ ເຄື່ອງມືວິເຄາະການເບິ່ງລ່ວງໜ້າຫຼາຍອັນ. ອົງປະກອບທັງຫມົດຂອງລະບົບຕ່ອງໂສ້ມູນຄ່າຂອງພືດແມ່ນຖືກກໍານົດ, ເຊັ່ນດຽວກັນກັບຄວາມສ່ຽງ ແລະ ໂອກາດໃນປະຈຸບັນ ແລະ ໃນອະນາຄົດ. ອີງຕາມການວິເຄາະເຫຼົ່ານີ້, ຄໍາແນະນໍາດ້ານນະໂຍບາຍທີ່ປະກອບດ້ວຍການປະຕິບັດ ແລະ ຍຸດທະສາດທີ່ສະເຫນີໄດ້ຖືກອະທິບາຍຢ່າງລະອຽດໃນຮູບແບບຂອງເສັ້ນທາງແຜນການປະຕິບັດງານ. ແຜນທີ່ເລົ່າເລື່ອງນີ້ແມ່ນຜະລິດໂດຍຜູ້ຊ່ຽວຊານລະດັບຊາດ ແລະ ໄດ້ຮັບການຢືນຢັນ ແລະ ທົດສອບຢູ່ພາກສະໜາມ ແລະ ກອງປະຊຸມຜູ້ຊ່ຽວຊານລະດັບຊາດ, ລວມທັງຜູ້ຊ່ຽວຊານທ້ອງຖິ່ນ ແລະ ບັນດາພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ, ລວມທັງຊາວກະສິກອນ ແລະ ພາກເອກະຊົນ. ຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກແຜ່ນພັບນີ້ຄວນຈະເປັນຜູ້ນຳໃຊ້ນະໂຍບາຍ ແລະ ຕັດສິນໃຈໃນລະດັບທ້ອງຖິ່ນ ແລະ ລະດັບຊາດ.

Users also downloaded

Showing related downloaded files

No results found.