Related items
Showing items related by metadata.
-
Brochure, flyer, fact-sheetການລົງທຶນຢ່າງມີຄວາມຮັບຜິດຊອບ ໃນດ້ານສະບຽງອາຫານ, ກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ: ເປັນຫຍັງຈຶ່ງສຳຄັນ 2020
Also available in:
ຂະແໜງກະສິກຳ ແມ່ນຂະແໜງການທີ່ເປັນພື້ນຖານອັນສຳຄັນຂອງຍຸດທະສາດການພັດທະນາ ຂອງ ສປປລາວ, ທີ່ເປັນຂະແໜງການນຳໃຊ້ແຮງງານຫຼາຍກວ່າ 70 ເປີເຊັນຂອງປະຊາກອນທັງໝົດ. ເຖິງຢ່າງໃດກໍ່ຕາມ, ຜົນຜະລິດຂອງການກະສິກຳ ແມ່ນປະກອບສ່ວນພຽງ 16 ເປີເຊັນຂອງ GDP ຂອງປະເທດ, ເນື່ອງຈາກປັດໃຈຕ່າງໆລວມທັງສະມັດຕະພາບການຜະລິດຕໍ່າ ແລະ ການຂາດຄວາມທັນສະໄໝທາງດ້ານເຕັກໂນໂລຊີ, ລວມເຖິງບັນຫາອື່ນໆນຳ. ເພື່ອປົດປ່ອຍທ່າແຮງດ້ານກະສິກຳ ໃນການຫລຸດຜ່ອນຄວາມທຸກຍາກ ແລະ ຄວາມອຶດຫິວ ໃນປີ 2030 ແລະ ເພື່ອບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ, ມັນມີຄວາມຈຳເປັນຕ້ອງສຸກຍູ້ໃຫ້ມີການລົງທືນເພີ່ມຂື້ນ ແລະ ດີກວ່າເກົ່າໃນຂະແໜງການກະສິກຳ. ອົງການ FAO ຄາດຄະເນວ່າ ການລົງທືນເພີ່ມເຕີມ 41 ລ້ານໂດລາສະຫະລັດຕໍ່ປີ ແມ່ນມີຄວາມຈຳເປັນເພື່ອບັນລຸ 2 ເປົ້າໝາຍການພັດທະນາແບບຍືນຍົງທຳອິດ, ໃນນັ້ນ 34 ລ້ານໂດລາສະຫະລັດ ຄວນກຳນົດເປົ້າໝາຍສະເພາະໃນດ້ານກະສິກຳ. -
Bookletສ້້າງຄວາມເຂັ້້ມແຂງໃຫ້້ແກ່່ໄວໜຸ່່ມເພື່່ອກະຕຸ້້ນລະບົົບກະສິິກຳຳສະໜອງອາຫານ ໃນສປປລາວ: ເລື່່ອງເລົ່່າຈາກຜູ້້ປະກອບການກະສິິກຳຳ ໜຸ່່ມ 2022
Also available in:
ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເສີມຂະຫຍາຍ ການລົງທຶນທີ່ມີຄວາມຮັບຜິດຊອບ ທາງດ້ານກະສິກຳ ແລະ ລະບົບສະບຽງອາຫານ ໃນປະເທດ ໂດຍການສະໜັບສະໜູນ ການຈັດຕັ້ງປະຕິບັດ ແນວທາງການສົ່ງເສີມການລົງທຶນ ທີ່ມີຄວາມຮັບຜິດຊອບ ຂອງສະມາຄົມອາຊຽນ. ໃນຄໍາແນະນໍາດ້ານອາຫານ, ກະສິກໍາ ແລະປ່າໄມ້ (ASEAN RAI). ການຮ່ວມມືນີ້ລວມມີ, ສະໜັບສະໜູນລັດຖະບານໃນການເສີມຂະຫຍາຍສະພາບແວດລ້ອມທີ່ອຳນວຍຄວາມສະດວກໃຫ້ແກ່ RAI, ເພີ່ມທະວີການສ້າງກຳລັງແຮງໃຫ້ແມ່ຍິງ ແລະ ອົງການຊາວໜຸ່ມເຂົ້າຮ່ວມ ແລະ ຮັບຜົນປະໂຫຍດຈາກ RAI ແລະ ຍົກສູງຄວາມຮັບຮູ້ກ່ຽວກັບ RAI ແລະ ບົດບາດສຳຄັນຂອງຊາວໜຸ່ມ ແລະ ແມ່ຍິງ. ເພື່ອສ່ອງແສງໃຫ້ເຫັນເຖິງວິທີການສົ່ງເສີມໃຫ້ໄວໜຸ່ມລົງທຶນໃນກະສິກຳ ແລະ ຮັບຮູ້ເຖິງຄວາມສຳຄັນ ແລະ ໂອກາດທີ່ຂະ ແໜງການດັ່ງກ່າວສາມາດສະເໜີໃຫ້ໄດ້, ອົງການ FAO ໄດ້ສຳພາດຊາວໜຸ່ມລາວ ຜູ້ທີ່ມີຄວາມສາມາ -
Book (stand-alone)ການນຳໃຊ້ຮູບແບບການລົງທຶນໃນການນຳໃຊ້ທີ່ດິນຢ່າງມີຄວາມຮັບຜິດຊອບໃນຂະແໜງການປ່າໄມ້ 2024
Also available in:
ເຄື່ອງມືລະດັບທົ່ວໂລກເຊັ່ນ ບົດແນະນໍາຕາມຄວາມສະໝັກໃຈກ່ຽວກັບການບໍລິຫານ ສິດຄອບຄອງນຳໃຊ້ຢ່າງມີຄວາມຮັບຜິດຊອບໃນເລື່ອງທີ່ດິນ, ການປະມົງ ແລະ ປ່າໄມ້ ໃນເງື່ອນໄຂຂອງຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດ (VGGT) ແລະ ຫຼັກການໃນການລົງທຶນທີ່ມີຄວາມຮັບຜິດຊອບໃນ ຂະແໜງກະສິກໍາ ແລະ ລະບົບອາຫານ (CFS-RAI) ໄດ້ຮັບການຮັບຮອງໂດຍຄະນະກໍາມະການ. ຫຼັກການຂອງຄະນະກໍາມະການເພື່ອຄວາມໝັ້ນຄົງທາງດ້ານສະບຽງອາຫານໂລກ (CFS) ໃຫ້ຄໍາແນະນໍາທີ່ສໍາຄັນກ່ຽວກັບການລົງທຶນທີ່ມີຄວາມຮັບຜິດຊອບໃນເລື່ອງທີ່ດິນ ແລະ ປ່າໄມ້ ເພື່ອແກ້ໄຂສິ່ງທ້າທາຍໃນທົ່ວໂລກກ່ຽວກັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານ, ຄວາມທຸກຍາກ, ແລະ ຄວາມບໍ່ສະເໝີພາບ ໃນຂະນະດຽວກັນການສະໜັບສະໜູນການຄຸ້ມຄອງຊັບພະຍາກອນທໍາມະຊາດແບບຍືນຍົງ. ການນຳໃຊ້ເຄື່ອງມືລະດັບທົ່ວໂລກ ເຂົ້າໃນການປະເມີນທີ່ເປັນຮູບປະທຳ. ສາມາດຊ່ວຍກຳນົດຮູບແບບການຈັດຕັ້ງປະຕິບັດທີ່ດີຂຶ້ນ. ເອກະສານສະບັບນີ້ໄດ້ສະເໜີ ການທວນຄືນແບບແຜນການລົງທຶນທີ່ແທດເໝາະກັບການຈັດຕັ້ງປະຕິບັດ ແລະ ໄດ້ຄັດເລືອກສະເພາະດ້ານປ່າໄມ້ ທີ່ປະເມີນ ກັບຫຼັກການ VGGT ແລະ CFS-RAI. ບົດໂດຍຫຍໍ້ແມ່ນໄດ້ຖືກພັດທະນາຂຶ້ນເພື່ອຕິດຕາມການສົນທະນາລະດັບຊາດທີ່ຈັດຂຶ້ນຢູ່ Sierra Leone ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແຕ່ອາດຈະເອົາໄປໝູນໃຊ້ກັບປະເທດອື່ນໆໄດ້.
Users also downloaded
Showing related downloaded files
No results found.